ປະຫວັດ ແລະ ຄວາມເປັນມາຂອງສູນ
ສູນຄວາມເປັນເລີດທາງດ້ານໂລຊິດສະຕິກສ້າງຕັ້ງຂື້ນບົນພື້ນຖານແນວທາງນະໂຍບາຍຂອງລັດທະບານ ສປປ ລາວ ເຊິ່ງລະບຸໄວ້ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (NSEDP 2016-2020) ທີ່ເນັ້ນ ໜັກສຸມໃສ່ການພັດທະນາທ່າແຮງບົ່ມຊ້ອນທີ່ສອດຄ່ອງກັບແຕ່ລະຂົງເຂດ ພ້ອມທັງທ່າແຮງອັນໄດ້ປຽບຂອງແຕ່ລະທ້ອງຖິ່ນເພື່ອສົ່ງເສີມການຜະລິດ ແລະ ການລົງທຶນໃຫ້ມີຄວາມເຂັ້ມແຂງ ໂດຍຜ່ານນະໂຍບາຍການສົ່ງເສີມ ແລະ ພັດທະນາ (1) ຂົງເຂດການຜະລິດກະສິກຳ, ຂົງເຂດການປຸງແຕ່ງຜະລິດຕະພັນອຸດສາຫະກໍາ, ຂົງເຂດການທ່ອງທ່ຽວ; (2) ສ້າງຕັ້ງສູນພັດທະນາ ແລະ ການຄົ້ນຄ້ວາ; (3) ການອອກແບບຜະລິດຕະພັນອຸດສາຫະກຳ ແລະ ສົ່ງເສີມມາດຕະຖານຜະລິດຕະພັນອຸດສາຫະກຳ, ການຖ່າຍທອດເຕັກໂນໂລຊີທີ່ທັນສະໄໝ ແລະ ການປະຍຸກໃຊ້ເຂົ້າໃນອຸດສາຫະກຳການປຸງແຕ່ງ.
ເຊິ່ງສອດຄ່ອງກັບແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ່ VIII (EDSP 2016-2020) ທີ່ໄດ້ລະບຸເປົ້າໝາຍເນັ້ນໃສ່ການພັດທະນາ (1) ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຍີ ແລະ ນະວັດຕະກໍາ; (2) ຮ່ວມມືກັບພາກອຸດສາຫະກຳໃນການຄົ້ນຄ້ວາ ແລະ ພັດທະນານະໂຍບາຍ ແລະ (3) ສະໜອງການບໍລິການທາງດ້ານວິຊາການໃຫ້ແກ່ສັງຄົມ ໂດຍການນຳໃຊ້ຜົນຂອງການຄົ້ນຄວ້າ ເພື່ອປະກອບສ່ວນຕາມແຜນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ດັ່ງນັ້ນ ເພື່ອຕອບສະຕາມແນວທາງນະໂຍບາຍ ແລະ ແຜນຍຸດທະສາດການພັດທະນາ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງຕົກລົງສ້າງສູນຄວາມເປັນເລີດຂື້ນຢູ່ ສະຖາບັນການສຶກສາຊັ້ງສູງ ຂອງ ສປປ ລາວ ພາຍໃຕ້ການການສະໜັບສະໜູນງົບປະມານການເຄື່ອນໄຫວ່ວຽກງານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນການສຶກສາຊັ້ນສູງໄລຍະທີ່ II (SSHEP).

ວິໄສທັດ
ວິໄສທັດຂອງສູນຄວາມເປັນເລີດທາງດ້ານໂລຊິດສະຕິກ (CoEL) ແມ່ນເພື່ອຜະລິດຜູ້ນໍາດ້ານການຄົ້ນຄວ້າ, ການສຶກສາ ແລະ ການບໍລິການທາງວິຊາການໃນຂົງເຂດການຂົນສົ່ງສໍາລັບປະເທດ.
ໂຄງຮ່າງການຈັດຕັ້ງຂອງສູນ
